Who am I ?

Mabelle23
3 min readSep 21, 2022

--

Who am I ????? ຂີ້ອາຍ ຂີ້ຢ້ານ ຂີ້ໄຫ້

ຖ້າຜູ້ອ່ານຫລົງກົດເຂົ້າມາອ່ານຫົວຂໍ້ນີ້ເນາະ ຂໍໃຫ້ຂ້າມຜ່ານໄປເລີຍ ເຈ້ຍໃບນີ້ຜູ້ຂຽນຢາກຂຽນລະບາຍຊື່ໆ ບໍ່ມີຫຍັງທີ່ເປັນສາລະສຳຄັນ 55

ຂ້າມໂລດ ~ ~ ~

ແຕ່

ແຕ່

ຖ້າຢາກອ່ານເລື່ອງດຣ່າມ່າ ຂອງຜູ້ຂຽນ ແມ່ນໄດ້ອົດທົນແນ່ເດີ

ຢູ່ລຸ່ມ….👇🏽👇🏽👇🏽

ໂອເຄເລີ່ມເລີຍ ຢາກຂຽນຫຍັງກະຂຽນເທາະ ຈົ່ມຢູ່ຫັ້ນລະ ຮ່າຮ່າ

ຍ້ອນເຮົາເປັນຄົນມັກຄິດຫລາຍຕິເບາະ ຄິດນັ້ນຄິດນີ້ ສະຫມອງໂຄດ active ພໍແຕ່ຕື່ນມາລະເອົາໂລດ (ແຕ່ທີ່ຈິງຕອນນອນ ສະຫມອງກະຄິດຫັ້ນລະ ເຫັນບໍ ຝັນຕະຫລອດ ເລື່ອງມົ້ວຊົ້ວ) ແຫລະຍ້ອນຄວາມມັກຄິດເຮົານີ້ຕິເບາະ ຢູ່ມາມື້ຫນຶ່ງ ກະຄິດຫາຄວາມເປັນຕົວຕົນຂອງເຮົາເອງ ບວກ ກັບຕອນທີ່ໂຕເຮົາກະທົບກັບເຫດການຕ່າງໆ ມັນມີປະຕິກິລິຍາຕອບໂຕ້ແນວໃດວ່ະ?

“Failure + Pain + Me”

ເລີຍຄິດອອກຫົວຂໍ້ທີ່ຢາກຂຽນ, ເຮົາຮູ້ໂຕເອງດີວ່າເປັນຄົນພະຍາຍາມເກັບອາລົມ ຄວາມຮູ້ສຶກຂອງຕົວເອງໄດ້ດີ ໄດ້ດີສຸດໆ ແລະ ກໍມັກເລືອກຄົນທີ່ຈະສະແດງຄວາມອ່ອນແອໃຫ້ເຫັນ. ຖ້າໃຜເຄີຍເຫັນນໍ້າຕາເຮົາຖືວ່າເອີ ສຸດໆແລ້ວ 🤣🤣🤣 ເອີ້ຍກະບໍ່ໄດ່ ຂີ້ໄຫ້ ຫັ້ນປົກກະຕິ (ຕິ) ຫນ້ອຍຫນຶ່ງກະໄຫ້ ເລື່ອງຫຍັງທີ່ເຮັດໃຫ້ອ່ອນໄຫວກະໄຫ້ໄດ້ ບໍ່ນໍ້າຕາຕື່ນໂພດ ກັ້ນບໍ່ໄດ້ 🫣 ຂະຫນາດ ເບິ່ງຫນັງ ດຣາມ່າ ຫນ້ອຍດຽວ ກະໄຫ້ 🤣 ບໍ່ໄດ້ສໍ່າອອຍໄດ່ລະ

ຫັ້ນລະເຮົາເລີຍເປັນຄົນທີ່ມັກຂຽນອອກມາຫລາຍກວ່າທີ່ຈະເປັ່ງຄວາມນຶກຄິດ ຫລື ສິ່ງຕ່າງໆອອກມາ

ແລະ ການຂຽນລະບາຍໃນມື້ນີ້ ກະເປັນເຫດຜົນຫນຶ່ງ. >>ດ່ຽວໆມື້ໃດເຈົ້າຈະເຂົ້າເລື່ອງເກາະ>>

ັ== ຊິຟ້າວໄປໃສເກາະ ຟັງກ່ອນ ການຂຽນເນາະ ກະຄືກັບ ການລົມກັບໂຕເອງຫັ້ນລະ ຕ່າງແຕ່ວ່າ ເຈົ້າບັນທຶກມັນໄວ້ຊື່ໆ ບາດເວລາກາຍໄປ ກໍກັບມາອ່ານຄືນໄດ້. ຫັ້ນລະ ສິ່ງທີ່ຈະຂຽນມື້ນີ້ແມ່ນຈະລວບລວມເອົາ Failures ຂອງຕົວເອງມາບັນທຶກໄວ້ເພື່ອບອກຕົວເອງວ່າ ເອີ ກໍເກັ່ງເຕີບໄດ່ ຜ່ານມາໄດ້ ຕັ້ງບັກຫຼາຍໆ ຈອມພູ ເອີ້ຍ ຫລາຍບັນຮົບ ພູມໃຈກັບ ໂຕເອງແນ່ເທາະ ຢ່າເສຍໃຈຫລາຍກັບສິ່ງທີ່ຜິດພາດນະ ລອດມາໄດ້ຕະຫລອດປານນີ້ superb!!!

ເຮົາເປັນຄົນຂີ້ອາຍ ຂີ້ຢ້ານ ມາຕັ້ງແຕ່ຍັງນ້ອຍພຸ້ນ

ຂີ້ຢ້ານຜີ (ຕອນນອນຄົນດຽວລະຖືກຜີອຳ ້ເພາະຄິດໄປເອງວ່າ ຜີເຕັງ ຜີມານອນນຳ) ດຽວນີ້ກໍຍັງຢ້ານ ມີແຕ່ດຽວນີ້ແມ່ນ ໃຈສູ້ເສືອ ຜີມັນບໍ່ມາດອກ ມັນຢ້ານເຮົາຫລາຍກວ່າ 🤓

ຂີ້ຢ້ານສິ່ງທີ່ຍັງບໍ່ທັນເກີດ ຢ້ານໄປທຸກອັນ ເພາະມັກຄິດໄປເອງ 😂 ຢ້ານຄວາມທຸກ ຢ້ານຄວາມລົ້ມເຫລວ ຢ້ານຄວາມພ່າຍແພ້ ຢ້ານເສຍໃຈ ຢ້ານຜິດຫວັງ ຢ້ານຄົນອື່ນເວົ້າໃຫ້ ຢ້ານຄົນອື່ນບໍ່ມັກ ຢ້ານຫມູ່ບໍ່ຫລິ້ນນຳ ຢ້ານຖືກຖີ້ມໄວ້ຄົນດຽວ ຢ້ານບໍ່ມີເງິນ ຢ້ານບໍ່ມີວຽກ ຢ້ານບໍ່ມີແຟນ ຢ້ານບໍ່ໄດ້ແຕ່ງງານ ຢ້ານຄວາມເຖົ້າ ຢ້ານບໍ່ງາມ ຢ້ານບໍ່ມີຄົນມາມັກ ຢ້ານຄວາມອ່ອນແອ ຢ້ານຄວາມເຈັບປວດ ທຸກຢ່າງ ໆລໆ

‘ໃນຫົວທີ່ຂຽນອັນຢ້ານຕ່າງໆ ນີ້ແມ່ນຢາກໃຫ້ຈື່ໃສ່ໃຈວ່າມັນເປັນທຳມະດາຂອງມະນຸດ’ ມັນບໍ່ແປກ ດອກ ແຕ່ທີ່ແປກແມ່ນເຮົາກັກມັນໄວ້ ແລະ ໃຫ້ເປັນກາຍເປັນຕົວຕົນເຮົາໄປເລີຍ ນີ້ລະທີ່ຢ້ານທີ່ສຸດ ເພາະນັ້ນ ເລີຍຂຽນໄວ້ເຕືອນຕົວເອງ

ຂີ້ອາຍ (ບໍ່ກ້າ ບໍ່ເວົ້າ ບໍ່ເຮັດ ບໍ່ຖາມ) ແຕ່ອັນທີ່ກ້າ ບາງທີ ກະບໍ່ຖືກອັນ 😂😂 ດຽວນີ້ກະພະຍາຍາມຢູ່

ແຕ່ຄິດຄືນຫລັງ ກະຖືວ່າຕົວເອງພັດທະນາຈາກແຕ່ຕອນຍັງນ້ອຍຢູ່ ຕອນຍັງນ້ອຍແຮ່ງບໍ່ມັກປາກ 😂 ດຽວນີ້ດີຂື້ນຫລາຍ ແຕ່ກໍຕ້ອງພັດທະນາຕື່ມຫັ້ນລະ ຕ້ອງໄດ້ກ້າ ດ້ານໄດ້ ອາຍອົດ ເຮັດມັນໄປໂລດ ບໍ່ຕ້ອງຢ້ານ’ ຮ່າຮ່າ ຢາກເຮັດຫຍັງ ເວົ້າຫຍັງ ກະຈັດການໂລດ ແຕ່ຕ້ອງຄິດສະເຫມີວ່າ ເຮົາຕ້ອງບໍ່ໄປທຳຮ້າຍຄົນອື່ນ (ບຸກຄົນທີ່ກ້ຽວຂ້ອງທຸກຄົນ) ບໍ່ວ່າຈະດ້ວຍຮ່າງກາຍ ວາຈາ ໃຈ. ບອກຕົວເອງຢູ່ແຫລະ ວ່າຕ້ອງກ້າເດີ ເລື່ອງໃດກະຕາມແຕ່ ເພາະ ເວລາມັນບໍ່ໄດ້ມີມາຕະຫລອດ ບາງສິ່ງມັນອາດຈະ too late to do it again ມັນຈຶ່ງບໍ່ເກີດມີຄວາມເສຍໃຈທີ່ບໍ່ໄດ້ລົມກັບຜູ້ນັ້ນນີ້, ເສຍໃຈທີ່ບໍ່ໄດ້ບອກຄວາມໃນໃຈ, ເສຍໃຈທີ່ບໍ່ໄດ້ໄປສັ່ງລາ, ເສຍໃຈທີ່ບໍ່ໄດ້ໂທໄປ, ເສຍໃຈທີ່ບໍ່ໄດ້ບອກຫົວຫນ້າ, ເສຍໃຈທີ່ບໍ່ໄດ້ສະມັກທຶນນັ້ນ/ວຽກນີ້, ເສຍໃຈທີ່ບໍ່ໄດ້ກິນກະແລ່ມມື້ນັ້ນ, ເສຍໃຈທີ່ບໍ່ໄດ້ພາຜູ້ນັ້ນນີ້ໄປ, ເສຍໃຈທີ່ບໍ່ໄດ້ຊ່ວຍຜູ້ນັ້ນນີ້, ເສຍໃຈທີ່ບໍ່ໄດ້ຕັ້ງໃຈເຮັດວຽກນີ້ນັ້ນ, ເສຍໃຈທີ່ບໍ່ໄດ້ລອງນັ້ນນີ້ ແລະ ໆລໆ ເອີສະຫລຸບກະຄື ຄ່ອຍໆຫລຸດຄວາມອາຍລົງ ມັນອາດຈະບໍ່ຫມົດດອກ ເພາະເຮົາຄິດວ່າ ເຮົາຕ້ອງມີຄວາມອາຍແນ່ຖ້າເວົ້າເຖິງເລື່ອງຜິດສິນລະທຳ ເລື່ອງການທຳຮ້າຍ ຫລື ເລື່ອງທີ່ເຮັດໃຫ້ຜູ້ອື່ນເສຍຫາຍ ເຈັບປວດ ໆລໆ ດ້ວຍເຫດນັ້ນ ທຸກຢ່າງຕ້ອງໄດ້ຄິດຕຶກຕອງຢ່າງຖີ່ຖ້ວນ ມັນຈຶ່ງຈະນຳຜົນດີ ແລະ ຄວາມສະບາຍໃຈແກ່ຕົວເຮົາເອງ

ຂີ້ໄຫ້ ອັນນີ້ເວົ້າແລ້ວຢູ່ເທິງສຸດ ກັບໄປອ່ານຄືນ ກະໄດ້ ແນວໃດກະຕາມເຈ້ຍໃບນີ້ເປັນຂອງເຮົາ ເຮົາຈະອອກແບບເອງ ຖ້າຈະປຽບກະຄືກັບຊີວິດເຮົາຫັ້ນລະ ຢາກໃຫ້ມີສີສັນແນວໃດກະທາເອົາ ເລືອກໃຫ້ຄົນອື່ນມອງເຮົາ ແນວໃດ ກະປະຕິບັດແນວນັ້ນ ອ້າວວວ ອອກນອກໄຟແດງແລ້ວ ຕຳຫລວດເປົ່າວີດແລ້ວວ 😂😂 <ພະຍາຍາມເປັນຄົນຕະລົກແຕ່ໄດ້ຊໍ້ານີ້ ລອລ>

ຈົບ ຈົບ ເລື່ອງຕົວຕົນ 3 ຢ່າງແມ່ນເລົ່າລະເນາະ ບາດນີ້ວ່າເລົ່າເລື່ອງໂຕ failures ວ່າເປັນມາແນວໃດ🤔 ກ່ອນອື່ນຕ້ອງເອີ້ຍກ່ອນວ່າ ເຮົາເປັນເດັກນ້ອຍທີ່ຮຽນບໍ່ເກັ່ງ ໄອຄິວກໍບໍ່ສູງ ແຕ່ຫາກມັກຮຽນ ເກັ່ງຮຽນ ຫມັ້ນຮຽນ <ຍ້ອງໂຕເອງແລ້ວ1> ອະທິບາຍງ່າຍໆ ກະຄື ຖ້າຫມູ່ອ່ານບົດຮຽນ1ວິຊາພາຍໃນມື້1 ກໍເສັງໄດ້ສະບາຍ ແຕ່ເຮົາຕ້ອງໄດ້ ຮຽນຄູນ2 ຊິນາ

ແຕ່ວ່າເຮົາກະຮຽນໄດ້ດີມາຕະຫລອດ ຈົນມາຮອດຮຽນມັດທະຍົມ ແມ່ນຢູ່ລະດັບປານກາງ ຈື່ໄດ້ວ່າມີວິຊາເຄມີ ໄດ້ຫມາກ4 🤣🤣 ເສັງທ້າຍເດືອນໄຄ່ແນ່ ແຕ່ແຕ່ ເສືອກຊຸດນັ້ນເລີຍເຮັດໃຫ້ພາດໄດ້ໄປຢູ່ຫ້ອງສອງພາສາລາວ-ຫວຽດ (ຈົນຊຸດທີ່2ຈຶ່ງໄດ້ຖືກເລືອກ). ບາດນັ້ນມາຮອດ ມໍ 7 ຈຸດພີກ ມາແລ້ວ 1st failure moment ເສັງທ້າຍປີ ເຊິ່ງເຮົາຄາດຫວັງວ່າຈະຕ້ອງໄດ້ຄະແນນດີ ເພື່ອສາມາດເລືອກວິຊາຮຽນຕໍ່ ປຕ ຢູ່ ຫວຽດນາມ ໂອ້ໂຫ້ ຈື່ໄດ້ດີ ວ່າເຮົາທຸ້ມເທເວລາໃນການກຽມບົດຮຽນຊໍ້າໃດ ເລົ່າແບບນົກແກ້ວເອົາໂລດ ທຸກ 8 ວິຊາເລີຍ. ແລະແລ້ວ ຕາມຄາດ ຮ່າຮ່າ ສິ່ງທີ່ຄາດບໍ່ເຖິງກໍເກີດຂື້ນ ຄະແນນວິຊາພາສາລາວ ໄດ້ຫມາກ 5 ເຊິ່ງເປັນອັນທີ່ບໍ່ຢາກເຊື່ອ ເພາະຕົວເອງໄດ້ລາງວັນຊົມເຊີຍຂັ້ນນະຄອນຫລວງໃນການເສັງນັກຮຽນເກັ່ງພາສາລາວ (ຄວາມຈິງຄື ເຮົາຮູ້ວ່າເຮົາອ່ອນຫັດແຕ່ງ ເລີຍລອງໄປສະມັກເສັງເພື່ອເຮົາຈະໄດ້ໃຊ້ເວລາກັບມັນຫລາຍຂື້ນ) ມື້ທີ່ໄດ້ຜົນເສັງ ປານຖືກມີດກີດຫົວໃຈ ຍອມຮັບບໍ່ໄດ້ ນອນໄຫ້ຢູ່ບ້ານຮອດ2 ອາທິດ ຫມູ່ໆທຸກຄົນໄດ້ໄປຮັບໃບຍ້ອງຍໍເປັນແຖວຢູ່ຫໍວັດທະນະທຳ ເຊິ່ງເປັນຄວາມຝັນເຮົາເລີຍ ແຕ່ບໍ່ຄິດເລີຍ ເຮົາຊິຕົກມ້າຕາຍຍ້ອນວິຊາຕົວເອງ 😂😂

ທ່ານພໍ່ນັ້ນເອງ ລາວກະອີ່ຕົນແຕ່ບໍ່ສົມນຳຫນ້າ 😅😅 ຍອກກຊື່ຊື່ ຮ່າຮ່າ ລາວໄປຫາ ອຈ ຢູ່ ຮຮ ແລ້ວເພິ່ນກໍເລີຍແນະນຳໃຫ້ພໍ່ຂຽນຫນັງສືສະເຫນີຄັດຕິດໃບຊົມເຊີຍເສັງນັກຮຽນເກັ່ງຈາກພະແນກຫັ້ນ ໄປຢື່ນກົມຂໍໃຫ້ເພິ່ນກວດເບິ່ງຄະແນນຄືນ. ຫລັງຈາກພໍ່ເຮັດເອກະສານຮຽບຮ້ອຍ ປະມານ 2–3 ມື້ນີ້ລະ ອຈ ກໍໂທມາບອກ ວ່າເອີຄະແນນຫລານນະແປງໃຫ້ລະເດີ ກະເຈົ້າເຮັດຜິດ ເຮົາກະແບບບ. what the fuck !!! it is real why this happens to me ເຊິ່ງດ້ວຍຄວາມທີ່ດີໃຈເຮົາກະບໍ່ວ່າຫຍັງ ຮີບໄປ ຮຮ ໄປເອົາໃບຄະແນນ ເຊິ່ງພໍ່ກະນັ່ງລົມກັບ ອຈ ຢູ່ແລ້ວ ທີ່ຈິງ ອຈ ຫັ້ນເອີ້ນມາລົມເລື່ອງທຶນໄປຫວຽດ ເພາະ ມັນເຫລືອ ແຕ່ວິຊາດຽວ ຄືວິຊາແປພາສາ ຄວາມຮູ້ສຶກຕອນນັ້ນຄື ບໍ່ຮູ້ ຮູ້ແຕ່ຕົວເອງດີໃຈໂພດ ຄະແນນເຮົານະ ທີ່ຈິງມັນໄດ້ ຫມາກ 8 ບໍ່ແມ່ນ ຫມາກ 5 ເດີ ເດີ (ແຕ່ຮອດປະຈຸບັນເຮົາກະບໍ່ຮູ້ວ່າສາເຫດທີ່ຜິດແມ່ນຍ້ອນ ຫຍັງ??!, ອຈ ຕາລາຍ ຈາກຫມາກ 8 ມັນຄ້າຍຄື ຫມາກ 5??? ກະບໍ່ຈັກ) ທີ່ຈິງເລື່ອງນີ້ນະຫມູ່ຫລາຍຄົນກະບອກໃຫ້ເຮົາປົງມັນສາ ມັນຜ່ານມາດົນນານແລ້ວວວວວວ ອີກຢ່າງ ມັນດີດ້ວຍຊໍ້າທີ່ເຮົາບໍ່ໄດ້ໄປຮຽນຫວຽດ ເພາະ ຍ້ອນເປັນ ນຮ ຢູ່ລາວ ເຮົາເລີຍໄດ້ມີໂອກາດໄປແລກປ່ຽນຢູ່ຕ່າງປະເທດຫລາຍກວ່າຫນຶ່ງປະເທດພຸ້ນ ເອົາຊໍ້າໃດອີກ ດີເລີດ ໂຊກຊະຕາ ນຳພາເຮົາມາຈຸດນີ້ນະ

ບໍບໍ ໃຈຈິງ ທີ່ເຮົາຍັງບໍ່ລືມເລື່ອງນີ້ເປັນຍ້ອນວ່າ ມັນສະທ້ອນຄວາມບໍ່ແນ່ນອນໃຫ້ເຮົາຫລາຍທີ່ສຸດເລີຍ

ອັນ “ຄຳວ່າຄວາມພະຍາຍາມຢູ່ໃສຄວາມສຳເລັດຢູ່ນັ້ນ” ຫັ້ນນະຍັງບໍ່ສູ້ເລື່ອງເຮົາເລີຍ ແມ່ນບໍ😂😂 ເລື່ອງນີ້ມັນສອນເຮົາວ່າ ສິ່ງທີ່ບໍ່ແນ່ນອນຄືຄວາມຈິງທີ່ອາດຈະເກີດ ແລະ ເກີດໄດ້ກັບທຸກຄົນ ສະນັ້ນ ເຮົາຕ້ອງກຽມໃຈ ແລະ ຮັບມືກັບມັນ ແລະ ຢູ່ກັບມັນໃຫ້ໄດ້.

ຕໍ່ມາກະເລື່ອງເສັງທຶນແລກປ່ຽນຫັ້ນລະ ທຶນຍີ່ປຸ່ນທີ່ເສັງຮອດ 13 ຄັ້ງ (ອ່ານຄືນໄດ້ຢູ່ບົດຄວາມແຍກຕ່າງຫາກ) ໄປອ່ານຊະມື້ໃດທີ່ຮູ້ສຶກທໍ້ນະ

ຕໍ່ມາ ອີ່ຫຍັງອີກນໍ ທີ່ພີກສຸດໃນຊິວິດເຮົາ🤔??

ໂອ້ ຕອນຊອກວຽກຫລັງຮຽນຈົບ~~ ຫລັງຈາກຈົບຢູ່ ມຊ ກໍໄດ້ຊອກສະມັກວຽກ ແຕ່ກໍຫລັງຈາກ 5 ເດືອນ ຈຶ່ງໄດ້ວຽກ ເພາະມົວທີ່ລໍຖ້າບ່ອນດຽວທີ່ຢາກໄປເຮັດ ແຕ່ສຸດທ້າຍບໍ່ໄດ້ ພີກແຮງແມ່ນ ເຂົາເອີ້ນສຳພາດຮອດ 4 ຮອບ ແຕ່ບໍ່ຜ່ານ ຍັງອີກ ເອີ້ນໄປສະມັກຕຳແຫນ່ງອື່ນ 2 ຄັ້ງ ບໍ່ຜ່ານ ເລີຍຕັດໃຈໄປຫາບ່ອນອື່ນ ໂຊກຊ່ວຍ ມີວຽກຫນຶ່ງທີ່ຮູ້ສຶກຕົງສາຍຮຽນອີ່ຫລີ່ເລີຍສະມັກໄປ ແລະ ຖືກເອີ້ນ ໄປສຳພາດ ແລ້ວມື້ຕໍ່ມາກະເຈົ້າຕອບຮັບ ອີ່ຫຍັງຊິແບບ ຈັງຫວະ ຖືກອີ່ຫລີ່ ແລະ ບ່ອນເຮັດວຽກນັ້ນກໍກາຍມາເປັນບ່ອນເຮັດວຽກທຳອິດ ແລະ ບ່ອນດຽວຕັ້ງແຕ່ຮຽນຈົບມາ (ແຕ່ປະຈຸບັນປິດໂຄງການໄປແລ້ວ).

ມີຫຍັງອີກເນາະ ໂອ້ໂອ້ ທີ່ຜິດຫວັງຄັ້ງລ້າສຸດ ແລະ 2 ປີຜ່ານມາ ກະແມ່ນ ເລື່ອງສະມັກໄປຮຽນຕໍ່ໂທ…….

ເຂົ້າຂ້າງໂຕເອງວ່າເຮົາອາດຈະໄດ້ສິ່ງທີ່ຄວນໄດ້ໃນມື້ທີ່ເຫມາະສົມ ເພາະສັບພະສິ່ງ ແລະ ຈັກກະວານເສກສັນໃຫ້ເຮົາແລ້ວລະ ແຕ່ຍັງບໍ່ຮອດຄິວເຮົາເທື່ອ!!!

ເພາະຄວາມບໍ່ແນ່ນອນແມ່ນຄວາມຈິງ ເຮົາຄວບຄຸມບໍ່ໄດ້ ເຮົາຕ້ອງຍອມຮັບມັນ ແລະ ຍ່າງຕໍ່ໄປ. ກ່ອນອື່ນຊື້ເກີບໃຫມ່ກ່ອນ ມັນຫ້ຽນໂພດແລ້ວ ຕໍ່ໄປອາດເຈີພູເຂົາທີ່ມີຫີນເຫລັກ ມີບວກ ມີຂີ້ຕົ່ມ ຕ້ອງກຽມໂຕໃຫມ່ກ່ອນ 😂👟. I am ready to kick off 😎!

ຄືທີ່ກະເຈົ້າເວົ້າຫັ້ນເດ ດອກໄມ້ ມັນຍັງບໍ່ບານເຕັມທີ່ຖ້າຍັງບໍ່ຮອດລະດູມັນ ໃຫ້ດິນ ຝຸ່ນ ຫົດນໍ້າ ເດ ມັນຫາກຊິໃຫ່ຍ ແລະ ເຖິງເວລານັ້ນ ມັນຈະງາມໃຫ້ເຮົາເຫັນເອງດອກ 😮😮😮 ຈັ່ງແມ່ນເນາະ ຄຳເວົ້າສວຍຫລູມາກຈ້າາາາາ 🫢

ຫມົດລະຫວາ???? ມີອີກບໍ???

ອື້ມມມມມ🤔 ພີກອີກເລື່ອງ ກະຫນ້າຈະແມ່ນ ເລື່ອງພາຍໃນຈິດໃຈຂອງ “ຫົວໃຈ” ດວງນ້ອຍທີ່ຍາກຈະຢັ້ງລົງເລິກເຖິງແກ່ນແທ້ໄດ້ 😂😂😂 ທີ່ຜິດຫວັງຊໍ້າຊ້ອນ ເຊື່ອງເສັ້ນໄຫມພົມອິນເດຍ ຢູ່ຕິເບາະ 🤫 ແຕ່ລາຍລະອຽດມັນປົນເປຫລາຍໂພດ ຈົນບໍ່ຮູ້ອັນໃດແທ້ ອັນໃດປອມ ອັນໃດທີ່ຄິດໄປເອງ ອັນໃດທີ່ເຈີແທ້ ງົງໂພດ ແຕ່ມັນກໍເປັນປະສົບການບົດຮຽນໃນການຮຽນຮູ້ກັບມະນຸດ ທີ່ມີອາລົມສັບຊ້ອນ ແລະ ອ່ອນໄຫວ ແລະ ຍ້ອນຄວາມຕິງຕ່ອງ ມະໂນ້ເກັ່ງຂອງເຮົາເອງ ແລະ ເລື່ອງມັນປະຕິດປະຕໍ່ເປັນເລື່ອງລາວບໍ່ໄດ້ນ້າາາ ເລີຍອະທິບາຍເປັນສາກບໍ່ໄດ້ ເອົາເປັນວ່າຖ້າເຈີອັນທີ່ເປັນເລື່ອງລາວກ່ອນຈະມາວາດແຕ້ມໃຫມ່ ແຕ່ຈະພໍ້ເມື່ອໃດນັ້ນແລ້ວແຕ່ໂຊກຊະຕາ ເພາະບາງຢ່າງເຮົາພະຍາຍາມແນວໃດ ມັນກໍບໍ່ພໍ ແລະ ບໍ່ຊ່ວຍໄດ້ເດີ ເບິ່ງເລື່ອງເຮົາເປັນຕົວຢ່າງລະແລ້ວ

ໂອ້ໂອ້ ພໍດີ ລົງທ້າຍດ້ວຍທຸກສາກໃນຊີວິດ ກັບປະໂຫຍກທີ່ວ່າ “Go with the flow, let things that happen happen”

Just have faith, hope, passion and love, then all things that belong to you will eventually be yours.

ຈົບຈົບຈົບ ແລ້ວ ເຍ້ 😆

ບໍ່ຂອບໃຈກະໄດ້ ຫນ້າຈະບໍ່ມີໃຜອ່ານມາຮອດນີ້

ແຕ່ຖ້າມາອ່ານອີ່ຫລີ່ ກໍຂໍອະໄພທີ່ຈົ່ມເກັ່ງ ແຕ່ຖ້າເຈົ້າຢາກຈົ່ມຄືກັນ ກໍລອງມາຂຽນລົງເຈ້ຍເບິ່ງເນີ້

ມັນມ່ວນຢູ່ໄດ່ ລົມກັບຕົວເອງ ~~><

--

--

Mabelle23

Writing is Sharing, Reading is Finding an inspiration !